Chat Room


2007/11/11

torrent ແມ່ນຫຍັງ?

ປະຈຸບັນຫລາຍທ່ານຄົງຈະຮູ້ຈັກກັບການດາວໂຫລດຫລາຍໆຊະນິດບໍ່ວ່າຈະເປັນການໂຫລດແບບ Direct Link ຈາກ Server ຫລື ການໂຫລດແບບ P2P ( Peer To Peer ) ເຊິ່ງເປັນທີນິຍົມຫລາຍໃນຕອນນີ້ຄົງຈະເປັນການໂຫລດ P2P ແບບ Torrent ຫລື ອີກຊື່ທີ່ນິຍົມເອີ້ນກັນແມ່ນ ໂຫລດບິດ ( ຊື່ເຕັມແມ່ນ Bittorrent )

Torrent ແມ່ນຫຍັງ?
Torrent ແມ່ນໄຟລ໌ນ້ອຍໆທີ່ທຳການເຊື່ອມໂຍງຂໍ້ມູນ ຈາກຄອມພິວເຕີ້ຫນ່ວຍຫນຶ່ງ ໄປຫາອີກຫນ່ວຍຫນຶ່ງ ໂດຍການຕັດແບ່ງໄຟລ໌ແມ່ອອກເປັນຊິ້ນສ່ວນນ້ອຍໆເຮັດໃຫ້ສາມາດດາວໂຫລດໄດ້ໄວ
ແລະເມື່ອຢຸດການດາວໂຫລດ ສາມາດໂຫລດຕໍ່ໄດ້ໃນຄັ້ງຫນ້າ.

BitTorrent ຕ່າງຈາກ P2P ແບບອື່ນແນວໃດ?
ການໂຫລດແບບ P2P ແມ່ນເປັນການເຊື່ອມຕໍ່ເຄື່ອງຄອມພິວເຕີ້ເຂົ້າຫາກັນ ໃຊ້ໂປຣແກຣມໃນການຊ່ວຍດາວໂຫລດ ຍົກຕົວຢ່າງໂປຣແກຣມ: WinMX, eMule, Kazaa, Edonkey ... ພວກໂປຣແກຣມເລົ່ານີ້ເປັນໂປຣແກຣມ P2P ທີ່ມີຜູ້ສົ່ງຂໍ້ມູນພຽງຄົນດຽວ ( 1-1 ), ເຮັດໃຫ້ເວລາມີຫລາຍໆຄົນດູດໄຟລ໌ນັ້ນພ້ອມໆກັນຈະເຮັດໃຫ້ສົ່ງໄດ້ຊ້າຫລາຍ ເຫມາະແກ່ການໂຫລດໄຟລ໌ປະເພດ Crack, Keygen ແລະ ໄຟລ໌ເບົ່າໆທີ່

ຮູບພາບການດາວໂຫລດໂດຍຜ່ານ sever



















ສ່ວນການດາວໂຫລດແບບ P2P ຂອງ Torrent ຈະແຕກຕ່າງໄປຈາກພວກໂປຣແກຣມຂ້າງເທິງ ເພາະຜູ້ປ່ອຍໄຟລ໌ນັ້ນບໍ່ຈຳເປັນຈະຕ້ອງມີແຕ່ຄົນດຽວທີ່ປ່ອຍ ເພາະຜູ້ທີ່ດູດແລ້ວໆສາມາດປ່ອຍໄຟລ໌ທີ່ຕົນດູດແລ້ວໄປຕໍ່ໄດ້ ເຮັດໃຫ້ມີຄວາມໄວສູງໃນການໂຫລດ ແລະເຮົາຍັງສາມາດປ່ອຍໄຟລ໌ໃຫ້ຄົນອື່ນໂຫລດໃນຂະນະທີ່ເຮົາຍັງໂຫລດໄຟລ໌ນັ້ນໆຢູ່.

ຮູບພາບການດາວໂຫລດ P2P ແບບ Torrent


















Torrent ມີຫຍັງໃຫ້ດາວໂຫລດ?

ມີຫມົດທຸກຢ່າງແຕ່ມັນຂຶ້ນກັບຜູ່ປ່ອຍວ່າຈະປ່ອຍຫຍັງອອກໄປ ບໍ່ວ່າຈະເປັນ ຫນັງ, ເພງ, ebook, ໂປຣແກຣມ.... ໆລໆ

ເປັນຫຍັງຄົນທີ່ມີເນັດຄວາມໄວສູງຈຶ່ງເຫມາະໃນການຫລິ້ນ torrent?
ເພາະວ່າທ່ານຈະໄດ້ຄຸ້ມຄ່າກັບເງິນທີ່ຈ່າຍໄປແຕ່ລະເດືອນ.

ອັດຕາການດາວໂຫລດໂດຍສະເລຍຂອງເນັດຄວາມໄວສູງ
- 256/128KBPS (ດາວໂຫລດ/ອັບໂຫລດ) ຄິດດ້ວຍຄວາມໄວໃຫ້ຫານດ້ວຍ 8 ຈະໄດ້ປະມານ 32KB/16KB ຕໍ່ 1ວິນາທີ
- 512/256KBPS (ດາວໂຫລດ/ອັບໂຫລດ) ຄິດດ້ວຍຄວາມໄວໃຫ້ຫານດ້ວຍ 8 ຈະໄດ້ປະມານ 64KB/32KB ຕໍ່ 1ວິນາທີ
- 1024/512KBPS (ດາວໂຫລດ/ອັບໂຫລດ) ຄິດດ້ວຍຄວາມໄວໃຫ້ຫານດ້ວຍ 8 ຈະໄດ້ປະມານ 128KB/64KB ຕໍ່ 1ວິນາທີ
- 2048/512KBPS (ດາວໂຫລດ/ອັບໂຫລດ) ຄິດດ້ວຍຄວາມໄວໃຫ້ຫານດ້ວຍ 8 ຈະໄດ້ປະມານ 256KB/64KB ຕໍ່ 1ວິນາທີ
*ຄວາມໄວອາດຈະໄວຫລືຊ້າກໍໄດ້ ບໍ່ແນ່ນອນ ເພາະຈະຂຶ້ນກັບເຄືອຄ່າຍຜູ້ໃຫ້ບໍລິການ

ບັນດາຄຳສັບທີ່ຕ້ອງຮູ້ໃນການໃຊ້ງານ Torrent.
Seeders = ຜູ້ປ່ອຍໄຟລ໌ (ຈະມີສະຖານະເປັນຜູ້ປ່ອຍໄຟລ໌ຢ່າງດຽວ)
Leechers = ຜູ້ດູດໄຟລ໌ (ຈະມີສະຖານະເປັນທັງຜູ້ປ່ອຍແລະຜູ້ດູດໄປພ້ອມໆກັນ ແຕ່ສາມາດປ່ອຍໄຟລ໌ໄດ້ກໍຕໍ່ເມື່ອມີພາກສ່ວນຂອງໄຟລ໌ນັ້ນໆ)
Snatch = ຈຳນວນຄົນທີ່ໂຫລດແລ້ວ (ພ້ອມທີ່ຈະເປັນ Seeders ໄດ້)
Ratio = ອັດຕາສ່ວນລະຫວ່າງການອັບໂຫລດແລະກາວໂຫລດ ກໍຄືການນຳເອົາຈຳນວນອັບໂຫລດທັງຫມົດມາຫານໃຫ້ຈຳນວນດາວໂຫລດ (ຈຳເປັນຫລາຍໃນເວັບທີ່ໃຊ້ລະບົບແບບສະມັກສະມາສິກ)
ເພາະຖ້າດາວໂຫລດຫລາຍກວ່າອັບໂຫລດ ຄ່າ Ratio ຂອງທ່ານຈະເຫລືອຫນ່ອຍແລະບໍ່ອາດຈະສາມາດໂຫລດຕໍ່ໄປໄດ້, ວິທີ່ເພີ້ມຄ່າ Ratio ກໍຄືຫມັ່ນປ່ອຍການອັບໂຫລດເຊັ່ນ: ເມື່ອໂຫລດໄຟລ໌ໃດຫນຶ່ງແລ້ວໆກໍຄວນປ່ອຍໃຫ້ຄົນອື່ນໂຫລດຕໍ່.

ຕົວຢ່າງ:

ທ່ານ Upload = 250Mb
Download = 400Mb
ຄ່າ Ratio = Upload/Download = 250/400 = 0.625

ໃນບັນດາເວັບທີ່ໃຫ້ສະມັກສະມາຊິກນັ້ນ ສ່ວນຫລາຍຖ້າຄ່າ Ratio ຂອງທ່ານ < style="color: rgb(51, 51, 255);">ໂປຣແກຣມ Torrent ທີ່ແນະນຳ:
Bitcommet
Utorrent

ເວັບ torrent ຂອງຕ່າງປະເທດທີ່ເປີດໃຫ້ດາວໂຫລດຟຣີ
www.torrentbox.com
www.bitenova.nl
www.mininova.org
www.suprnova.org


ລວບລວມຈາກເວັບເພື່ອນບ້ານ PANTIP.com

2007/10/09

ເທັກນິກການເບິ່ງ RAM

SDRAM = Synchronous Dynamic Random Access Memory.

DDR - SDRAM = Double Data Rate Synchronous Dynamic Random Access Memory.

Data Rate: ອັດຕາການສົ່ງຂໍ້ມູນ ( x2 ຂອງຄວາມໃວໂມງ ) . ຖ້າ x8 ຈະເທົ່າກັບຊື່ລະຫັດຂອງຮຸ້ນນັ້ນໆ

ຕົວຢ່າງ: Clock Speed: 400MHz x2 = Data Rate: 800MHz x8 = 6400 ( PC3-6400 ລະຫັດຂອງຮຸ້ນ Embarrassed )

ຖ້າແມ່ນ PC3200 ກະເອົາ 3200 ມາຫານໃຫ້ 8 = 400 ( FSB or Data Rate) ຖ້າເອົາ 400 ມາຫານໃຫ້ 2 = 200 ( Clock Speed )
ຖ້າແມ່ນ PC2-6400 ກະເອົາ 6400 ມາຫານໃຫ້ 8 = 800 ( FSB or Data Rate) ຖ້າເອົາ 800 ມາຫານໃຫ້ 2 = 400 ( Clock Speed )
ຖ້າແມ່ນ PC3-8500 ກະເອົາ 8500 ມາຫານໃຫ້ 8 = 1066 ( FSB or Data Rate) ຖ້າເອົາ 1066 ມາຫານໃຫ້ 2 = 533 ( Clock Speed )

ເອົາໃຈໃສ່: * PC * = DDR
* PC2 * = DDR2
* PC3 * = DDR3

ສ່ວນຂອງ Ram Notebook ບາງຮຸ່ນກໍຄືກັນ

ຕົວຢ່າງ PC2100 Notebook Ram

ສັງເກດ PC2100 ( ແນ່ນອນແລ້ວວ່າຕ້ອງແມ່ນ Ram DDR ເພາະບໍ່ແມ່ນ PC2 ຫລື PC3 )

FSB 266 x 8 = 2128 ( ເອົາແຕ່ 2100 ກະພໍແລ້ວ ) ກະເລີຍເທົ່າກັບ PC2100

***DDR3 SDRAM:....Double Data Rate SDRAM III (Octal Edge 'Clock' Rate, 1.5v signaling), Third Generation***

......PC3-6400 (DDR3-800 SDRAM); Clock Speed: 400MHz, Data Rate: 800MHz, Through-put 6.40GB/s
......PC3-8500 (DDR3-1066 SDRAM); Clock Speed: 533MHz, Data Rate: 1066MHz, Through-put 8.53GB/s
......PC3-10600 (DDR3-1333 SDRAM); Clock Speed: 667MHz, Data Rate: 1333MHz, Through-put 10.67GB/s
......PC3-12800 (DDR3-1600 SDRAM); Clock Speed: 800MHz, Data Rate: 1600MHz, Through-put 12.80GB/s