Chat Room


2007/11/11

torrent ແມ່ນຫຍັງ?

ປະຈຸບັນຫລາຍທ່ານຄົງຈະຮູ້ຈັກກັບການດາວໂຫລດຫລາຍໆຊະນິດບໍ່ວ່າຈະເປັນການໂຫລດແບບ Direct Link ຈາກ Server ຫລື ການໂຫລດແບບ P2P ( Peer To Peer ) ເຊິ່ງເປັນທີນິຍົມຫລາຍໃນຕອນນີ້ຄົງຈະເປັນການໂຫລດ P2P ແບບ Torrent ຫລື ອີກຊື່ທີ່ນິຍົມເອີ້ນກັນແມ່ນ ໂຫລດບິດ ( ຊື່ເຕັມແມ່ນ Bittorrent )

Torrent ແມ່ນຫຍັງ?
Torrent ແມ່ນໄຟລ໌ນ້ອຍໆທີ່ທຳການເຊື່ອມໂຍງຂໍ້ມູນ ຈາກຄອມພິວເຕີ້ຫນ່ວຍຫນຶ່ງ ໄປຫາອີກຫນ່ວຍຫນຶ່ງ ໂດຍການຕັດແບ່ງໄຟລ໌ແມ່ອອກເປັນຊິ້ນສ່ວນນ້ອຍໆເຮັດໃຫ້ສາມາດດາວໂຫລດໄດ້ໄວ
ແລະເມື່ອຢຸດການດາວໂຫລດ ສາມາດໂຫລດຕໍ່ໄດ້ໃນຄັ້ງຫນ້າ.

BitTorrent ຕ່າງຈາກ P2P ແບບອື່ນແນວໃດ?
ການໂຫລດແບບ P2P ແມ່ນເປັນການເຊື່ອມຕໍ່ເຄື່ອງຄອມພິວເຕີ້ເຂົ້າຫາກັນ ໃຊ້ໂປຣແກຣມໃນການຊ່ວຍດາວໂຫລດ ຍົກຕົວຢ່າງໂປຣແກຣມ: WinMX, eMule, Kazaa, Edonkey ... ພວກໂປຣແກຣມເລົ່ານີ້ເປັນໂປຣແກຣມ P2P ທີ່ມີຜູ້ສົ່ງຂໍ້ມູນພຽງຄົນດຽວ ( 1-1 ), ເຮັດໃຫ້ເວລາມີຫລາຍໆຄົນດູດໄຟລ໌ນັ້ນພ້ອມໆກັນຈະເຮັດໃຫ້ສົ່ງໄດ້ຊ້າຫລາຍ ເຫມາະແກ່ການໂຫລດໄຟລ໌ປະເພດ Crack, Keygen ແລະ ໄຟລ໌ເບົ່າໆທີ່

ຮູບພາບການດາວໂຫລດໂດຍຜ່ານ sever



















ສ່ວນການດາວໂຫລດແບບ P2P ຂອງ Torrent ຈະແຕກຕ່າງໄປຈາກພວກໂປຣແກຣມຂ້າງເທິງ ເພາະຜູ້ປ່ອຍໄຟລ໌ນັ້ນບໍ່ຈຳເປັນຈະຕ້ອງມີແຕ່ຄົນດຽວທີ່ປ່ອຍ ເພາະຜູ້ທີ່ດູດແລ້ວໆສາມາດປ່ອຍໄຟລ໌ທີ່ຕົນດູດແລ້ວໄປຕໍ່ໄດ້ ເຮັດໃຫ້ມີຄວາມໄວສູງໃນການໂຫລດ ແລະເຮົາຍັງສາມາດປ່ອຍໄຟລ໌ໃຫ້ຄົນອື່ນໂຫລດໃນຂະນະທີ່ເຮົາຍັງໂຫລດໄຟລ໌ນັ້ນໆຢູ່.

ຮູບພາບການດາວໂຫລດ P2P ແບບ Torrent


















Torrent ມີຫຍັງໃຫ້ດາວໂຫລດ?

ມີຫມົດທຸກຢ່າງແຕ່ມັນຂຶ້ນກັບຜູ່ປ່ອຍວ່າຈະປ່ອຍຫຍັງອອກໄປ ບໍ່ວ່າຈະເປັນ ຫນັງ, ເພງ, ebook, ໂປຣແກຣມ.... ໆລໆ

ເປັນຫຍັງຄົນທີ່ມີເນັດຄວາມໄວສູງຈຶ່ງເຫມາະໃນການຫລິ້ນ torrent?
ເພາະວ່າທ່ານຈະໄດ້ຄຸ້ມຄ່າກັບເງິນທີ່ຈ່າຍໄປແຕ່ລະເດືອນ.

ອັດຕາການດາວໂຫລດໂດຍສະເລຍຂອງເນັດຄວາມໄວສູງ
- 256/128KBPS (ດາວໂຫລດ/ອັບໂຫລດ) ຄິດດ້ວຍຄວາມໄວໃຫ້ຫານດ້ວຍ 8 ຈະໄດ້ປະມານ 32KB/16KB ຕໍ່ 1ວິນາທີ
- 512/256KBPS (ດາວໂຫລດ/ອັບໂຫລດ) ຄິດດ້ວຍຄວາມໄວໃຫ້ຫານດ້ວຍ 8 ຈະໄດ້ປະມານ 64KB/32KB ຕໍ່ 1ວິນາທີ
- 1024/512KBPS (ດາວໂຫລດ/ອັບໂຫລດ) ຄິດດ້ວຍຄວາມໄວໃຫ້ຫານດ້ວຍ 8 ຈະໄດ້ປະມານ 128KB/64KB ຕໍ່ 1ວິນາທີ
- 2048/512KBPS (ດາວໂຫລດ/ອັບໂຫລດ) ຄິດດ້ວຍຄວາມໄວໃຫ້ຫານດ້ວຍ 8 ຈະໄດ້ປະມານ 256KB/64KB ຕໍ່ 1ວິນາທີ
*ຄວາມໄວອາດຈະໄວຫລືຊ້າກໍໄດ້ ບໍ່ແນ່ນອນ ເພາະຈະຂຶ້ນກັບເຄືອຄ່າຍຜູ້ໃຫ້ບໍລິການ

ບັນດາຄຳສັບທີ່ຕ້ອງຮູ້ໃນການໃຊ້ງານ Torrent.
Seeders = ຜູ້ປ່ອຍໄຟລ໌ (ຈະມີສະຖານະເປັນຜູ້ປ່ອຍໄຟລ໌ຢ່າງດຽວ)
Leechers = ຜູ້ດູດໄຟລ໌ (ຈະມີສະຖານະເປັນທັງຜູ້ປ່ອຍແລະຜູ້ດູດໄປພ້ອມໆກັນ ແຕ່ສາມາດປ່ອຍໄຟລ໌ໄດ້ກໍຕໍ່ເມື່ອມີພາກສ່ວນຂອງໄຟລ໌ນັ້ນໆ)
Snatch = ຈຳນວນຄົນທີ່ໂຫລດແລ້ວ (ພ້ອມທີ່ຈະເປັນ Seeders ໄດ້)
Ratio = ອັດຕາສ່ວນລະຫວ່າງການອັບໂຫລດແລະກາວໂຫລດ ກໍຄືການນຳເອົາຈຳນວນອັບໂຫລດທັງຫມົດມາຫານໃຫ້ຈຳນວນດາວໂຫລດ (ຈຳເປັນຫລາຍໃນເວັບທີ່ໃຊ້ລະບົບແບບສະມັກສະມາສິກ)
ເພາະຖ້າດາວໂຫລດຫລາຍກວ່າອັບໂຫລດ ຄ່າ Ratio ຂອງທ່ານຈະເຫລືອຫນ່ອຍແລະບໍ່ອາດຈະສາມາດໂຫລດຕໍ່ໄປໄດ້, ວິທີ່ເພີ້ມຄ່າ Ratio ກໍຄືຫມັ່ນປ່ອຍການອັບໂຫລດເຊັ່ນ: ເມື່ອໂຫລດໄຟລ໌ໃດຫນຶ່ງແລ້ວໆກໍຄວນປ່ອຍໃຫ້ຄົນອື່ນໂຫລດຕໍ່.

ຕົວຢ່າງ:

ທ່ານ Upload = 250Mb
Download = 400Mb
ຄ່າ Ratio = Upload/Download = 250/400 = 0.625

ໃນບັນດາເວັບທີ່ໃຫ້ສະມັກສະມາຊິກນັ້ນ ສ່ວນຫລາຍຖ້າຄ່າ Ratio ຂອງທ່ານ < style="color: rgb(51, 51, 255);">ໂປຣແກຣມ Torrent ທີ່ແນະນຳ:
Bitcommet
Utorrent

ເວັບ torrent ຂອງຕ່າງປະເທດທີ່ເປີດໃຫ້ດາວໂຫລດຟຣີ
www.torrentbox.com
www.bitenova.nl
www.mininova.org
www.suprnova.org


ລວບລວມຈາກເວັບເພື່ອນບ້ານ PANTIP.com

No comments: